8MaiMayພຶດສະພາ 1945

8 Mai | 8 May | 8 ພຶດສະພາ 1945
8 ພຶດສະພາ

ໃນປີ 1939 ເລີ່ມຕົ້ນສົງຄາມໂລກຄັ້ງທີສອງ, ເຊິ່ງ ມີປະເທດ ພັນທະມິດ (ອັງກິດ, ຝຣັ່ງ, ສະຫະລັດ, ຣັດເຊຍ ແລະ ອື່ນໆ) ຕໍ່ຕ້ານກັບ ປະເທດນາຊີ (ເຢຍລະມັນ, ອີຕາລີ, ຍີ່ປຸ່ນ).
ວັນທີ 8 ພຶດສະພາ 1945 ແມ່ນວັນ ຢຸດຕິ ສົງຄາມໂລກຄັ້ງທີສອງ ຢູ່ ເອີຣົບ. ສົງຄາມໂລກຄັ້ງທີ 2 ບໍ່ໄດ້ ສິ້ນສຸດລົງ ຢ່າງແທ້ຈິງ ຈົນກວ່າ 4 ເດືອນຕໍ່ມາ ເມື່ອ ຍີ່ປຸ່ນ ໃດ້ເສັຍໄຊ ໃນວັນທີ 2 ກັນຍາ 1945. ສົງຄາມໂລກຄັ້ງທີ 2 ເຮັດໃຫ້ຜູ້ເສັຍຊີວິດທົ່ວໂລກ 40 ຫາ 50 ລ້ານ ຄົນ.
■ ວັນທີ 8 ພຶດສະພາ ປະເທດຝລັ່ງ ລະລຶກເຖີງ ການຢຸດຕິການສູ້ຮົບ ຕໍ່ ປະເທດເຢຍລະມັນ ນາຊີ.
■ ວັນທີ 9 ພຶດສະພາ ປະເທດຣັດເຊຍ ສະຫຼອງ ໄຊສະນະ ຕໍ່ ປະເທດເຢຍລະມັນ ນາຊີ (9 ພຶດສະພາ ເນື່ອງຈາກ ເວລາ ຕ່າງທະວີບ).
ວັນທີ 8 ພຶດສະພາ ບໍ່ແມ່ນວັນພັກຜ່ອນ ສະເພາະ ປະເທດ ອັງກິດ ແລະ ສະຫະລັດອາເມລິກາ
■ ຊາວອາເມລິກາ ໄວ້ອາໄລ ຕໍ່ ທະຫານ ທີ່ ເສຍຊີວິດ ເພື່ອຊາດ ມື້ວັນຈັນ ຂອງ ທິດສຸດທ້າຍ ຂອງ ເດືອນພຶດສະພາ ເຊີ່ງ ເພີ່ນເອີ້ນວ່າ ເມໂມຣີໂອນ ເດ Memorial Day

EUROPE ເອີຣົບ ... 1936 ... 1945 ... ອາຊີ ASIE


■ 1936 11-ພະຈິກ/1936 ອານາຈັກຍີ່ປຸ່ນໄດ້ລົງນາມສັນຍາ ກັບ ເຢຍລະມັນຮີຕເລີ-Hitler ໃນການຕ້ານຄອມມິວນິດ-Komintern ນໍາໂດຍພັກກອມມູນິດຂອງສະຫະພາບໂຊວຽດ(ສະຕາລີນ-Stalin).
■ 1937 ສົງຄາມ ອານາຈັກຍີ່ປຸ່ນ ກັບ ຈີນ ທີ່ Nanjing ນະຄອນຫຼວງ ຂອງ ແຂວງ ຈຽງຊູ ແລະ ທ່າເຮືອຊຽງໄຮ້ ເຂດເທດສະບານປົກຄອງດ້ວຍຕົນເອງ ຂື້ນໄປຮອດ ໝັນຈູ-Mandchoue ຕິດຊາຍແດນຣັດເຊຍ. ຖານທັບອາກາດອານາຈັກຍີ່ປຸ່ນ ໄດ້ທໍາລາຍເຮືອກໍາປັ່ນເສິກຂອງຖານທັບເຮືອອາເມຣີກາທີ່ສາຍນໍ້າຢັງເຊ.
■ ສ່ວນ ສະຫະລັດອາເມຣິກາ ຍັງບໍ່ມີບົດບາດ ເພາະ ປະທານປະເທດ Franklin D. Roosevelt ປະທານຄົນທີ32(4/03/1933 - 12/04/1945) ໄດ້ເຊັນສັນຍາປີ1935 ຄວາມເປັນກາງຂອງປະເທດ(Neutrality Act-31/08/1935). 1937 ສະຫະລັດອາເມຣິກາ ມີແຕ່ຊ່ວຍແບບທາງອອ້ມເຊີ່ງເພີ່ນເອີ້ນວ່າ "Cash and Carry " ຈ່າຍເງີນສົດແລ້ວມາຂົນເອົາໄປເອງ ອາວຸດຍຸດໂທປະກອນ.
1939 ສົງຄາມໂລກຄັ້ງທີ2 ໄດ້ເກີດຂຶ້ນຢູ່ເອີຣົບ ລະຫວ່າງ ປະເທດນາຊີ-Nazie(ເຢຍລະມັນ ອີຕາລີ) ແລະ ປະເທດຕ່າງໆ ໃນເອີຣົບ ທີ່ບໍ່ມັກລະບອບນາຊີ.
■ 1940 27/09-ກັນຍາ/1940 ຜູ້ຕາງໜ້າຂອງ ເຢຍລະມັນ ອີຕາລີ ແລະ ອານາຈັກຍີ່ປຸ່ນ ໄດ້ລົງນາມໃນສັນຍາ ສາມຝ່າຍ ຢູ່ ເບີລິນ-Berlin.
■ 1940 09/12/1940 ປະທານ Roosevelt ໄດ້ປະກາດ ສະຫະລັດອາເມຣິກາ ຈະຕ້ອງກາຍເປັນສານປະຊາທິປະໄຕດ້ານອາວູດ "The Arsenal of Democracy".
■ 1941 11/03/1941 Lend-Lease ການໃຫ້ກູ້ຢືມເງິນໄດ້ລົງນາມ ໃນ ວັນທີ 11/03/1941 ແລະ ອະນຸຍາດໃຫ້ ປະທານປະເທດ ມີສິດ ຂາຍ ໂອນ ການແລກປ່ຽນ ການເຊົ່າ ຫຼື ອື່ນໆ ເພື່ອສະຫນອງອຸປະກອນການປ້ອງກັນປະເທດ.
25/05/1941 ນາຊີເຢຍລະມັນເລີ້ມຕີດ້ານ ຕາເວັນຕົກ ວັນທີ 05/05-ພຶດສະພາ/1941 ປະເທດ ຝຣັ່ງ(ແບ່ງອອກເປັນເຄີ່ງ ດ້ານເໜືອແມ່ນ ເຢຍລະມັນນາຊີຄອງ ດ້ານໃຕ້ແມ່ນ ພັກເສລີ ໜ່ວຍກູ້ຊາດຝຣັ່ງ ປົກຄອງ) ປະເທດ ເດນມາກ ເນເທີແລນ ແບນຊິກ ເສັຍໄຊໃຫ້ນາຊີເຢຍລະມັນ ເຮັດໃຫ້ ຣາຊາອານາຈັກອັງກິດຕົກຢູ່ໃນເຂດອັນຕະລາຍ.
22/06/1941 ນາຊີເຢຍລະມັນມູ່ງໜ້າເລີ້ມຕີດ້ານຕາເວັນອອກ ຣັດເຊຍ.
07/07/1941 ສະຫະລັດອາເມຣິກາ ວໍຊິງຕັນ ໄດ້ ສົ່ງທະຫານ 7000 ຄົນ ໄປປະເທດໄອແລນ-Island ຕັ້ງຢູ່ ເຄີ່ງກາງ ກຣີນແລນ-Groenland ແລະ ນໍເວ-Norway.
04/09/1941 ກໍ່າປັ່ນມູດນໍ້າຂອງສະຫະລັດອາເມຣິກາ USS Greer/Pink Star/Kerny ຖືກທໍາລາຍຈາກກໍ່າປັ່ນມູດນໍ້າຂອງ ນາຊີເຢຍລະມັນ.
07/12/1941 ກອງທັບ ອານາຈັກຍີ່ປຸ່ນຖີ້ມລະເບີດ ໃສ່ Pearl Harbor ຢູ່ ລັດ Hawaii ຖານທັບເຮືອທີ່ໃຫຍ່ທີສຸດຂອງ ອາເມລິກາ ຢູ່ ມະຫາສະໝຸດປາຊີຟິກ.
11/12/1941 ປະທານປະເທດ Franklin D. Roosevelt ປະທານຄົນທີ32(4/03/1933 - 12/04/1945)ປະກາດສົງຄາມ.


Général Giraud - Président Franklin D. Roosevelt - Général de Gaulle - Premier Ministre Churchill lors de la conférence d'Anfa(Casablanca), 24 janvier 1943.

ທ່ານນາຍພົນ Giraud(ຝຣັ່ງ) - ປະທານ ປະເທດສະຫະລັດອາເມຣິກາ ທ່ານ Franklin D. Roosevelt - ທ່ານນາຍພົນ de Gaulle(ຝຣັ່ງ) - ນາຍົກລັດຖະມົນຕີ ທ່ານ Churchill(ຣາຊະອານາຈັກອັງກິດ) ໃນກອງປະຊຸມ Anfa (Casablanca), ວັນທີ 24 ມັງກອນ 1943.
Photo: © Fondation Charles de Gaulle

1944 06/06/1944 ສະຫະລັດອາເມຣິກາ ສົ່ງກອງທັບມາເອີຣົບຢູ່ຫາດນອກມັງດີປະເທດຝຣັ່ງ 156,000 ຄົນ ເພື່ອຂັບໄລ່ ສັດຕູ ເຢຍລະມັນ ນາຊີ.
1945 12/04/1945 ປະທານປະເທດ Franklin D. Rooseveltປະທານຄົນທີ32 (4/03/1933 - 12/04/1945) ເສັຍຊີວີດ ຍ້ອນພະຍາດຂອງທ່ານເອງ.
■ 1945 Harry S. Truman ປະທານຄົນທີ33 (12/04/1945 - 20/01/1953) ຂຶ້ນມາແທນ.
1945 08/05-ພຶດສະພາ/1945 ຢູ່ເອີຣົບ ປະເທດນາຊີ(ເຢຍລະມັນ ອີຕາລີ)ໄດ້ເສັຍໄຊໃຫ້ແກ່ປະເທດພັນທະມິດ (ອັງກິດ ຝຣັ່ງ ສະຫະລັດອາເມຣິກາ ຣັດເຊຍ ແລະ ອື່ນໆ)ສົງຄາມໂລກຄັ້ງທີສອງໄດ້ຢຸດລົງໃນ ວັນທີ 8 ພຶດສະພາ 1945 ແຕ່ ບໍ່ໄດ້ ສິ້ນສຸດລົງ ຢ່າງແທ້ຈິງ ຈົນກວ່າ.



06/08/1945
ຍົນ Enola Gay ອອກຈາກເກາະກວມ ຖີ້ມລະເບີດ ປະລໍາມະນູນິວເຄຼຍ ໃສ່ ຮີໂຣຊີມາ.

09/08/1945
ຍົນ Bockscar ອອກຈາກເກາະກວມ ຖີ້ມລະເບີດ ປະລໍາມະນູນິວເຄຼຍ ໃສ່ ນາກາສະກິ.

ສົງຄາມໂລກຄັ້ງທີ2 ໄດ້ ສິ້ນສຸດລົງ ຢ່າງແທ້ຈິງ ເມື່ອ ອານາຈັກຍີ່ປຸ່ນ ໃດ້ເສັຍໄຊ ໃນວັນທີ 02/09-ກັນຍາ/1945 4 ເດືອນຫຼັງຈາກ 08/05-ພຶດສະພາ/1945.

ສົງຄາມໂລກຄັ້ງທີ 2 ເຮັດໃຫ້ຜູ້ເສັຍຊີວິດທົ່ວໂລກ 40 ຫາ 50 ລ້ານ ຄົນ.

The Longest Day: in June 6, 1944, 156,000 American soldiers landed in Normandy, France to drive out the Nazi Germans.
ໃນເດືອນມິຖຸນາ 6, 1944, ທະຫານ ອາເມລິກາ 156,000 ຄົນ ໄດ້ລົງບຸກຫາດ ນອກມັງດີ-Normandie, ປະເທດຝຣັ່ງ ເພື່ອຂັບໄລ່ ສັດຕູ ພວກ ເຢຍລະມັນ ນາຊີ.

Pearl Harbor
1941
ACES HIGH
Iron Maiden
The Longest Day
John Wayne
The Longest Day
Robert Mitchum
Résistante française Caen
Janine Boitard
Toute la musique que j'aime Johnny Hallyday
Hot Stuff
Rolling Stones

8 MAI

En 1939 que commence la Seconde Guerre mondiale, qui oppose les Alliés (Royaume-Uni, France, États-Unis, URSS etc.) aux (Allemagne, Italie, Japon). Le 8 mai 1945 est le jour où cessent les combats de la Seconde Guerre mondiale en Europe. La Seconde Guerre mondiale ne se termine réellement que quatre mois plus tard, avec la capitulation du Japon le 2 septembre 1945. Elle a coûté la vie à 40 à 50 millions de personnes.
■ Le 8 mai, les Français commémorent la fin des combats en Europe contre l’Allemagne nazie.
■ Le 9 mai, Les Russes célèbrent la capitulation de l’Allemagne nazie et la fin des combats, le 9 mai à cause du décalage horaire.
Au Royaume-Uni et aux États-Unis, le 8 mai n’est pas un jour férié.
■ Memorial Day, Les Américains rendent hommage aux soldats morts pour la patrie le dernier lundi de mai.

■ Paris est libérée, le général Charles de Gaulle acclamé par la foule au Champs-Elysées, le 26 août 1944.
■ Paris is liberated, General Charles de Gaulle cheered by the crowd at the Champs-Elysées, August 26, 1944.
■ ປາຣີ ປົດປ່ອຍ, ທ່ານນາຍພົນ Charles de Gaulle ໄດ້ຮັບສຽງຊົມເຊີຍ ຈາກຝູງຊົນທີ່ Champs-Elysées, ວັນທີ 26 ສິງຫາ, 1944.


Mark D-Day's Anniversary in Normandie,France

3 juin 2004 U.S President George W. Bush, French President Jacque Chirac Mark 60th Anniversary of D-Day in Normandy, France - ວັນທີ 3 ມິຖຸນາປີ 2004, ປະທານປະເທດ ສະຫະລັດອາເມລິກາ ທ່ານ George W. Bush ແລະ ປະທານປະເທດຝຣັ່ງ ທ່ານ Jacque Chirac ໃນພິທີ ຄົບຮອບ 60 ປີຂອງວັນ (ບູກຫາດ ນອກມັງດີ) D-Day ທີ່ເມືອງ Normandie, ປະເທດຝຣັ່ງ.
2009 U.S President Barack Obama, French President Nicolas Sarkozy, Prince Charles... to pay respects on 65th anniversary in Normandy, France - 2009, ປະທານປະເທດ ສະຫະລັດອາເມລິກາ ທ່ານ Barack Obama ປະທານປະເທດຝຣັ່ງ ທ່ານ Nicolas Sarkozy ເຈົ້າຊາຍ ປະເທດອັງກີດ Charles ແລະ... ໃນພິທີ ຄົບຮອບ 65 ປີຂອງວັນ (ບູກຫາດ ນອກມັງດີ) D-Day ທີ່ເມືອງ Normandie, ປະເທດຝຣັ່ງ.

Leaders from USA, BRITAIN, CANADA, FRANCE and GERMANY mark D-Day's 75th anniversary in Normandie, France
ຜູ້ນຳ ຂອງປະເທດ ອາເມລິກາ ອັງກິດ ການາດາ ຝຣັ່ງ ແລະ ເຢຍຣະມັນ ສະຫຼອງ ວັນຄົບຮອບ 75 ປີຂອງ D-Day ທີ່ເມືອງ Normandie, ປະເທດຝຣັ່ງ.

In 1939 began the Second World War, which opposed the Allies (United Kingdom, France, United States, USSR etc.) to (Germany, Italy, Japan).
May 8, 1945 is the day when the battles of the Second World War in Europe cease. The Second World War did not really end until four months later, with the capitulation of Japan on September 2, 1945. There were 40 to 50 million deaths.
■ On May 8, the French commemorate the end of fighting in Europe against Nazi Germany.
■ On May 9, the Russians celebrate the surrender of Nazi Germany and the end of the fighting on May 9 due to jet lag.
In the United Kingdom and the United States, May 8 is not a holiday.
■ Memorial Day, The Americans pay tribute to the soldiers who died for the fatherland on the last Monday in May.

HUMOR


ຮູບກະຕູນ 1
■ ເມື່ອເວລາໃຊ້ສອງບໍ່ ໃນປະໂຫຍກໜື່ງ 'ບໍ່' 'ບໍ່'
. ນັກຂ່າວຖາມ ທ່ານ ປະທານ ຕຣັມ: ຣັດເຊຍ ໄດ້ແຊກແຊງເຂົ້າມາ ໃນການເລືອກຕັ້ງປະທານ ຂອງສະຫະລັດ ອາເມຣີກາ ປີ 2016 ບໍ ?
. ທ່ານ ປະທານ ຕຣັມ ຕອບ: ຂ້ອຍບໍ່ເຫັນ ເຫດຜົນ ໃດທີ່ຈະບໍ່ແມ່ນ ຣັດເຊຍ - ແທນທີ່ຈະເວົ້າຕອບ: ຂ້ອຍບໍ່ເຫັນ ເຫດຜົນ ໃດທີ່ຈະແມ່ນ ຣັດເຊຍ.
ຮູບກະຕູນ 2
■ ກະດູກຕີນໃຂ່ ເດືອຍ ໂພງ
ທ່ານຫມໍ ອະນຸຍາດໃຫ້ ທ່ານ ຕຣັມ ໄດ້ຮັບການ ຫຼີກເວັ້ນ ເປັນທະຫານ ຮັບໃຊ້ຊາດ ໃນສົງຄາມຫວຽດນາມ ປີ 1968 ໂດຍ ອ້າງວ່າ ທ່ານເປັນພິການ ຢູ່ກະດູກຕີນ.

VOYAGE



'ສບາຍດີ' SABAIDI LAOS     もしもし 'Moshimoshi' JAPAN     'annyeonghaseyo' 안녕하세요 KOREA     'Bonjour' FRANCE     'Welcome' ENGLISH     'Nǐ hǎo' 你好 CHINA    привет 'privet' RUSSIA     Malais 'Selamat Pagi'     'สวัสดี' Sawatdee THAILAND    'xin chào' VIETNAM     'សួស្តី ' suostei CAMBODIA    'ဟယ်လို' haallo MYANMAR     'Kamusta' PHILIPPINES

'ຂອບໃຈ' KHOPCHAI LAOS   ありがとうございました 'arigatōgozaimashita' JAPAN   고맙습니다 'gomabseubnida' KOREA    'Merci' FRANCE    ENGLISH 'Thank you'    CHINA 'Xièxiè' 谢谢    спасибо 'spasibo' RUSSIA    Malais 'Terima kasih'     'ขอบคุณ' Khopkhun THAILAND    'Cảm ơn bạn' VIETNAM     'សូមអរគុណ ' saum arkoun CAMBODIA     'ကျေးဇူးတင်ပါတယ်' kyaayyjuutainpartaalMYANMAR     'Salamat'PHILIPPINES
We don't remember days We remember "moments" May the Awesome videos bring you lots of wonderful moments but most of all love.

Made for You to Hear more Hear The World's Sounds Hear what's up and coming on... Enjoy ! Send Me A Kind Word
Merci ຂອບໃຈ Thank You

Orange W:       Orange FLU:

Posts les plus consultés de ce blog

1maiພຶດສະພາ

11Novembre ພະຈິກ November